icon__search

ການກັບໃຈໃຫມ່

ຝ່າຍເປໂຕຈິ່ງກ່າວແກ່ເຂົາວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃຫມ່ ແລະຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດທຸກຄົນ ເພື່ອການຊົງຍົກບາບໂທດຂອງພວກທ່ານແລ້ວພວກທ່ານຈະໄດ້ຮັບ ຂອງພຣະລາຊະທານ ຄືພຣະວິນຍານບໍລິສຸດ.
ກິດຈະການ 2:38

ການຂັບລົດຜິດເບື້ອງແມ່ນເປັນອັນຕະລາຍ ເຊິ່ງຫຼາຍຄົນຂັບໄປໂດຍບໍ່ ເຄົາລົບກົດຈາລະຈອນແລະບາງຄົນທີ່ຂັບໂດຍຕັ້ງໃຈຈະຝ່າຝືນ. ເຊັ່ນດຽວກັບຝ່າຍຈິດວິນຍານຂອງພວກເຮົາ ບໍ່ວ່າພວກເຮົາຈະເມີນເສີຍ ຫຼືຝ່າຝືນກໍຕາມ ສິ່ງເຫຼົ່ານີ້ກໍາລັງນໍາພວກເຮົາໄປໃນທາງທີ່ ອັນຕະລາຍ ເຊິ່ງມັນຈະເຮັດໃຫ້ເຮົາຖືກແຍກອອກຈາກພຣະເຈົ້າຕະຫຼອດໄປ. ທຸກໆຍ່າງກ້າວທີ່ເຮົາຍ່າງໄປແມ່ນບາດກ້າວທີ່ຜິດ ແລະກ້າວອອກໄປໄກ ຈາກອົງພຣະຜູ້ເປັນເຈົ້າ. ຈົນກວ່າພວກເຮົາຈະລ້ຽວກັບ (ກັບໃຈໃຫມ່) ແລະເລີ່ມທີ່ຈະຕິດຕາມພຣະເຈົ້າ.

ການກັບໃຈໃຫມ່, ຄວາມໂສກເສົ້າ ແລະ ຫມາກຜົນ:

ການກັບໃຈໃຫມ່ ເລີ່ມຕົ້ນຈາກຄວາມຮູ້ສຶກເສຍໃຈໃນຄວາມບາບ ຂອງພວກເຮົາຢ່າງແທ້ຈິງ. ຄວາມເສຍໃຈໃນຄວາມບາບທີ່ພໍພຣະໄທ ຂອງພຣະເຈົ້າ ແມ່ນການເສຍໃຈທີ່ບໍ່ມີການແກ້ຕົວ. ໂດຍການສະແດງ ຄວາມຮັບຜິດຊອບເຕັມທີ່ ເຊິ່ງບໍ່ມີການກ່າວໂທດຄົນອື່ນ, ຕໍ່ສັງຄົມ ຫຼື ຕໍ່ສິ່ງທີ່ພວກເຮົາບໍ່ສາມາດຄວບຄຸມໄດ້. ສິ່ງເຫຼຼົ່ານີ້ເຮັດໃຫ້ພວກເຮົາ ຍອມຮັບວ່າ ການບາບຂອງພວກເຮົາຕໍ່ຕ້ານພຣະເຈົ້າ. ຄວາມເສຍໃຈ ແບບນີ້ແມ່ນເຮັດໃຫ້ພວກເຮົາຮູ້ສຶກຢາກກັບໃຈໃຫມ່ ແລະນໍາໄປສູ່ການ ປ່ຽນແປງຊີວິດຢ່າງແທ້ຈິງ.

ດ້ວຍວ່າຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ຍ່ອມເຮັດໃຫ້ກັບໃຈເສຍໃຫມ່ ຊຶ່ງນໍາໄປສູ່ຄວາມພົ້ນໂດຍບໍ່ ຄວນກິນແຫນງ ແຕ່ຄວາມທຸກໃຈຕາມຢ່າງໂລກນັ້ນ ຍ່ອມນໍາໄປເຖິງຄວາມຕາຍ.
2 ໂກລິນໂທ 7:10

ແຕ່ເມື່ອຂ້ານ້ອຍຍອມຮັບຜິດຕໍ່ພຣະອົງ ໂດຍບໍ່ໄດ້ປົກປິດ ຫຍັງໄວ້ ຂ້ານ້ອຍສາລະພາບທຸກຢ່າງ ແລ້ວພຣະອົງກໍຊົງອະໄພໃນການລ່ວງລະເມີດຂອງຂ້ານ້ອຍ.
ເພງສັນລະເສີນ 32:5

ພຣະເຈົ້າຈະເຮັດໃຫ້ພວກເຮົາສໍານຶກໃນຄວາມຜິດ ແລະສະເທືອນໃຈ ເມື່ອໃດທີ່ເຮົາຮູ້ຕົວວ່າເຮັດຜິດຕໍ່ພຣະເຈົ້າ. ແຕ່ໃນທາງກົງກັນຂ້າມ ຄວາມເສຍໃຈຝ່າຍໂລກ ແມ່ນເປັນພຽງການແກ້ຕົວເທົ່ານັ້ນ. ເຊິ່ງຄວາມເສຍໃຈດັ່ງກ່າວຈະເກີດຂຶ້ນເມື່ອມີການຈັບໄດ້ ຫຼືເກີດມີ ຄວາມທຸກຮ້ອນອັນເນື່ອງມາຈາກຄວາມບາບນັ້ນ. ໃນທີ່ສຸດຄວາມ ແຕກຕ່າງລະຫວ່າງຄວາມເສຍໃຈຝ່າຍພຣະເຈົ້າກັບຝ່າຍໂລກກໍ່ຄືຜົນທີ່ ເກີດຂຶ້ນ. ຄວາມເສຍໃຈຝ່າຍໂລກບໍ່ເຄີຍເຮັດໃຫ້ຊີວິດຂອງພວກເຮົາ ປ່ຽນແປງໄປໃນທາງທີ່ດີຂຶ້ນ. ມັນເປັນພຽງແຕ່ເຮັດໃຫ້ພວກເຮົາຕາຍ ທາງດ້ານຈິດວິນຍານເທົ່ານັ້ນ.

...ແຕ່ຂ້າພຣະບາດໄດ້ປະກາດແກ່ຄົນທັງຫລາຍໃຫ້ເຂົາຖິ້ມ ໃຈເກົ່າ ເອົາໃຈໃຫມ່ຕ່າວຄືນມາຫາພຣະເຈົ້າ ແລະເຮັດການຊຶ່ງສົມກັບການກັບໃຈໃຫມ່ແລ້ວ.
ກິດຈະການ 26:20

ເຫດສັນນັ້ນຈົ່ງປະຕິບັດໃຫ້ໄດ້ຜົນສົມກັບການຖິ້ມໃຈເກົ່າເອົາໃຈໃຫມ່.
ມັດທາຍ 3:8

ການກັບໃຈໃຫມ່ ແລະການໃຫ້ອະໄພ:

ຄໍາອຸປະມາເລື່ອງລູກຊາຍ ທີ່ໃຊ້ຈ່າຍຟູມເຟືອຍ ໃນ ລູກາ15:11-24 ເປັນຕົວຢ່າງທີ່ດີຂອງການກັບໃຈໃຫມ່ທີ່ແທ້ຈິງ. ລູກຊາຍທີ່ເອົາແຕ່ໃຈ ໄດ້ສໍານຶກຜິດ ແລະຫັນຫຼັງຈາກຄວາມໂງ່ຈ້າ ກັບຄືນມາຫາພໍ່ຂອງຕົນ. ລາວໄດ້ຫັນຫລັງຈາກບາບຂອງລາວ 180ອົງສາ ແລະຫັນຫນີຈາກຊີວິດ ທີ່ເປັນບາບ ແລະຄວາມດື້ດ້ານໃນເມື່ອກ່ອນ.

ພໍ່ຂອງລາວໄດ້ໃຫ້ອະໄພແກ່ຄວາມຜິດນັ້ນ ແລະຮັບເອົາລາວຄືນມາ. ເຊັ່ນດຽວກັບພຣະບິດາຜູ້ສະຖິດຢູ່ເທິງສະຫວັນຂອງພວກເຮົາ ພະອົງ ຜູ້ຊົງສັດຊື່ແລະໃຫ້ອະໄພການບາບຂອງພວກເຮົາ ເມື່ອພວກເຮົາຫັນ ກັບມາຫາພຣະອົງ ແລະກັບໃຈໃຫມ່ເຊົາເຮັດບາບ.

19ເຫດສັນນັ້ນທ່ານທັງຫລາຍຈົ່ງຖິ້ມໃຈເກົ່າເອົາໃຈໃຫມ່ ແລ້ວຫລົບລ່າວຕ່າວຄືນ ເພື່ອພຣະເຈົ້າຈະຊົງລົບລ້າງຄວາມ ຜິດບາບຂອງພວກທ່ານເສຍ. 20ເພື່ອເວລາແຫ່ງຄວາມພັກ ຜ່ອນຢ່ອນໃຈ ຈະໄດ້ມາຈາກພຣະພັກຂອງອົງພຣະຜູ້ເປັນເຈົ້າ ເພື່ອພຣະອົງຈະໄດ້ຊົງໃຊ້ພຣະຄຣິດຊຶ່ງຊົງກໍານົດໄວ້ແລ້ວນັ້ນ ມາເພື່ອທ່ານທັງຫລາຍ ຄືພຣະເຢຊູ.
ກິດຈະການ 3:19,20

ເສື້ອຂອງທ່ານເຄີຍມີຮອຍເປື້ອນທີ່ບໍ່ສາມາດຊັກອອກໄດ້ບໍ່? ລອງຄິດ ເບິ່ງວ່າ ແຟັບບໍ່ພຽງແຕ່ຊັກເອົາຮອຍເປື້ອນອອກເທົ່ານັ້ນ ແຕ່ຍັງເຮັດ ໃຫ້ເສື້ອນັ້ນເບິ່ງຄືໃຫມ່ຄືນອີກ. ສິ່ງເຫຼົ່ານີ້ຈະເກີດຂຶ້ນເມື່ອເວລາທີ່ເຮົາ ກັບໃຈໃຫມ່ເຊົາເຮັດບາບ ແລະຮັບເອົາພຣະເຢຊູເປັນເຈົ້ານາຍເຫນືອຊີ ວິດ ແລະຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ ເຊິ່ງພຣະອົງບໍ່ພຽງແຕ່ລົບ ຮອຍເປື້ອນແຫ່ງການບາບ, ຄວາມລະອາຍໃຈຂອງເຮົາພຣະອົງຍັງໃຫ້ ໃຈໃຫມ່ກັບພວກເຮົາອີກ.

ຖ້າເຮົາທັງຫລາຍສາລະພາບຜິດບາບຂອງພວກເຮົາ ພຣະອົງ ຊົງສັດຊື່ແລະທ່ຽງທໍາ ຈະຊົງໂຜດຍົກບາບຂອງພວກເຮົາແລະ ຈະຊົງໂຜດຊໍາຮະລ້າງເຮົາທັງຫລາຍຈາກການອະທໍາຫມົດສິ້ນ.
1 ໂຢຮັນ 1:9

ຄວາມສໍາຄັນຂອງການໃຫ້ອະໄພຄົນອື່ນ:

ເຫມືອນດ່ັງພວກເຮົາໄດ້ຮັບການໃຫ້ອະໄພຈາກພຣະເຈົ້າ, ພວກເຮົາຈິ່ງ ໄດ້ຮັບຄໍາສັ່ງຈາກພຣະອົງວ່າ ຈົ່ງໃຫ້ອະໄພຄົນທີ່ກະທໍາຜິດຕໍ່ເຮົາ.

21ເມື່ອນັ້ນເປໂຕໄດ້ມາທູນຖາມພຣະອົງວ່າ, “ນາຍເອີຍ, ຖ້າພີ່ນ້ອງຂອງຂ້ານ້ອຍເຮັດຜິດຕໍ່ຂ້ານ້ອຍຫລາຍເທື່ອ ຂ້ານ້ອຍຕ້ອງຍົກຜິດໃຫ້ເພິ່ນເຖິງຈັກເທື່ອເຖິງເຈັດເທື່ອຫລື?”.22ພຣະເຢຊູຊົງຕອບວ່າ, “ເຮົາບໍ່ໄດ້ບອກພຽງເຈັດເທື່ອ ເທົ່ານັ້ນ ແຕ່ເຖິງເຈັດສິບເທື່ອຄູນກັບເຈັດ.
ມັດທາຍ 18:21,22

ແຕ່ຖ້າຫາກວ່າພວກເຮົາປະຕິເສດທີ່ຈະໃຫ້ອະໄພແລ້ວ, ພຣະຄໍາພີໄດ້ ຊົງກ່າວວ່າ ພວກເຮົາຈະເຕັມໄປດ້ວຍມົນທິນແຫ່ງຄວາມຂົ່ມຂືນໃຈ ເຊິ່ງກໍ່ໃຫ້ເກີດບັນຫາ.

ຈົ່ງຄ່ອຍຮັກສາໃຫ້ດີ ຢ້ານວ່າຈະມີຜູ້ໃດຂາດຈາກພຣະຄຸນ ຂອງພຣະເຈົ້າ ຢ້ານວ່າຈະມີຮາກຂົມຂື່ນງອກຂຶ້ນມາເຮັດໃຫ້ມີ ຄວາມຫຍຸ້ງຍາກ ຊຶ່ງຈະເປັນເຫດໃຫ້ຫລາຍຄົນຊົ່ວມົວຫມອງ ໄປ.
ເຮັບເຮີ 12:15

ຢ່າເສຍດາຍ:

ການກັບໃຈໃຫມ່ຄືການຫັນຫຼັງຈາກທາງແຫ່ງຄວາມບາບ ແລະການກັບ ມາຫາພຣະເຈົ້າ. ຫມາຍຄວາມວ່າເຮົາຄວນຢຸດທີ່ຈະໄວ້ວາງໃຈໃນ ຄວາມດີຂອງຕົນເອງ ແລະກິດຈະກໍາທາງສາສະຫນາ ແລ້ວຫັນມາໄວ້ ວາງໃຈໃນພະຄຣິດອົງດຽວເທົ່ານັ້ນ. ເຮົາເຄີຍເດີນທາງຜິດ, ແຕ່ດຽວນີ້ ພວກເຮົາກໍາລັງຫັນກັບມາເດີນໃນທາງທີ່ຖືກຕ້ອງ. ພວກເຮົາເຄີຍ ແລ່ນຫນີຈາກພຣະເຈົ້າ ແຕ່ຕອນນີ້, ພວກເຮົາກໍາລັງຫັນກັບມາເດີນ ໃນທາງຂອງພຣະອົງ. ການກັບໃຈໃຫມ່ ແມ່ນຈຸດເລີ່ມຕົ້ນຂອງຊີວິດໃຫມ່ ແລະປະຖິ້ມຄວາມຍຶດຖືເອົາໂຕເອງເປັນໃຫຍ່ ແລ້ວເອົາຊີວິດຂອງເຮົາ ມອບໃຫ້ພຣະອົງເພື່ອເປັນສະຫງ່າລາສີຂອງພຣະເຈົ້າ. ການຫັນກັບມາ ຫາພຣະເຈົ້າຄືການທີ່ບໍ່ເບິ່ງກັບຄືນຫຼັງ ແລະບໍ່ຄິດເສຍດາຍໃນສິ່ງທີ່

ຜ່ານມາ.

ດ້ວຍວ່າຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ຍ່ອມເຮັດໃຫ້ກັບໃຈເສຍໃຫມ່ ຊຶ່ງນໍາໄປສູ່ຄວາມພົ້ນໂດຍບໍ່ ຄວນກິນແຫນງ ແຕ່ຄວາມທຸກໃຈຕາມຢ່າງໂລກນັ້ນ ຍ່ອມນໍາໄປເຖິງຄວາມຕາຍ.
2 ໂກລິນໂທ 7:10

ການປະຍຸກໃຊ້
ຊີວິດຂອງທ່ານກໍາລັງດໍາເນີນໄປໃນທິດທາງໃຫມ່ບ່ໍ?
ມີສ່ວນໃດແດ່ໃນຊີວິດຂອງທ່ານທີ່ຍັງມີບາບ ແລະເປັນບາບທີ່ທ່ານ
ກໍາລັງຫຼີກລ້ຽງ?
ມີສິ່ງໃດແດ່ທີ່ເປັນສິ່ງທ່ີລ້ໍລວງ ຫຼືຈຸດອອ່ນທີ່ຍັງຫຼົງເຫືຼອໃນຊີວິດທ່ານ
ແລະທ່ານຕ້ອງການໃຫ້ອະທິຖານເພ່ືອ?
ມີບາບອັນໃດບ່ໍທ່ີທ່ານຫັນຫັຼງເຊົາເຮັດແລ້ວ ແຕ່ທ່ານຍັງຮູ້ສຶກຜິດຢູ່?