icon__search

ຄວາມເປັນພຣະເຈົ້າ

ເຫດສັນນັ້ນໃຫ້ຍາດວົງອິສຣາເອນຮູ້ຄັກແນ່ວ່າ ພຣະເຈົ້າໄດ້ຊົງຍົກ ພຣະເຢຊູນີ້ ຊຶ່ງທ່ານທັງຫລາຍໄດ້ຕອກຕິດໄວ້ທີ່ໄມ້ກາງແຂນນັ້ນ ຊົງແຕ່ງຕັ້ງໃຫ້ເປັນທັງອົງພຣະຜູ້ເປັນເຈົ້າແລະເປັນພຣະຄຣິດ.”
ກິດຈະການ 2:36

ການສອນເລື່ອງພຣະເຢຊູເປັນພຣະເຈົ້າ ແມ່ນສູນກາງຂອງການສອນ ຈາກພຣະຄໍາພີ. ພຣະເຢຊູຖືກເອີ້ນວ່າ ອົງພຣະຜູ້ເປັນເຈົ້າ ເຖິງ 100ຄັ້ງ

ໃນພຣະຄໍາກິດຈະການ ແລະ 622ຄັ້ງ ໃນພຣະຄໍາພີໃຫມ່. ໃນຂະນະ ທີ່ພຣະອົງຊົງຖືກເອີ້ນວ່າເປັນຜູ້ຊົງໂຜດໃຫ້ລອດພົ້ນມີພຽງ 2ຄັ້ງ

ໃນພຣະຄໍາກິດຈະການ ແລະ 24ຄັ້ງ ໃນພຣະຄໍາພີໃຫມ່. ຄໍາສອນໃນ ພຣະຄໍາພີເຮັດໃຫ້ເຮົາຊື່ນຊົມຍິນດີແລະຕື່ນເຕັ້ນໃນຄວາມເປັນ

ອົງພຣະຜູ້ເປັນເຈົ້າ. ຄໍາວ່າ “ອົງພຣະຜູ້ເປັນເຈົ້າ” ຫມາຍເຖິງ ເຈົ້ານາຍເຫນືອຊີວິດ, ຜູ້ນໍາທາງ ແລະຜູ້ຕັດສິນໃນການດໍາເນີນຊີວິດ

ຂອງພວກເຮົາ.

ຄວາມເປັນພຣະເຈົ້າ ແລະ ຄວາມລອດພົ້ນ:

ຈຸດເລີ່ມຕົ້ນຂອງຄວາມລອດພົ້ນແມ່ນ ການຮຽນຮູ້ໃນການເປັນພຣະເຈົ້າ ຂອງພຣະຄຣິດ ໂດຍການສາລະພາບວ່າ ພຣະເຢຊູຊົງເປັນອົງພຣະຜູ້

ເປັນເຈົ້າ ແລະຍອມຈໍານົນຕໍ່ພຣະອົງທຸກຢ່າງ. ຖ້າຫາກພຣະອົງບໍ່ໄດ້ ເປັນເຈົ້ານາຍເຫນືອທຸກສິ່ງໃນຊີວິດຂອງເຮົາ ພຣະອົງກໍບໍ່ໄດ້ເປັນ

ເຈົ້ານາຍໃດໆທັງສິ້ນ. ພວກເຮົາບໍ່ສາມາດເລືອກໃຫ້ພຣະອົງເປັນພຽງ ຜູ້ຊ່ວຍໃຫ້ລອດ້ພົ້ນ ຫຼືອົງພຣະຜູ້ເປັນເຈົ້າ ພວກເຮົາຕ້ອງຍອມຮັບເອົາ

ພຣະອົງເປັນທັງຜູ້ຊ່ວຍໃຫ້ລອດພົ້ນ ແລະເປັນທັງອົງພຣະຜູ້ເປັນເຈົ້າ.

ຄືວ່າຖ້າເຈົ້າຈະຮັບດ້ວຍປາກຂອງເຈົ້າວ່າ, “ພຣະເຢຊູຊົງເປັນ ອົງພຣະຜູ້ເປັນເຈົ້າ” ແລະເຊື່ອໃນຈິດໃຈວ່າ ພຣະເຈົ້າໄດ້ ຊົງໂຜດບັນດານໃຫ້ພຣະອົງຊົງຄືນຂຶ້ນມາຈາກຕາຍແລ້ວເຈົ້າ ກໍຈະໄດ້ພົ້ນ.
ໂລມ 10:9

ພຣະເຈົ້າຕ້ອງການ ການເຊື່ອຟັງ:

ທຸກຄົນທີ່ປະກາດວ່າພຣະເຢຊູຄືອົງພຣະຜູ້ເປັນເຈົ້າ ພວກເຂົາຈະຕ້ອງ ປະຕິບັດຕາມສິ່ງທີ່ພຣະອົງຊົງບອກ. ຄວາມເຊື່ອທີ່ດີ ແລະການສາລະ

ພາບທຸກຢ່າງຍັງບໍ່ພຽງພໍ. ຖ້າເຮົາບອກວ່າ ພຣະຄຣິດຄືອົງພຣະ ຜູ້ເປັນເຈົ້າ ການດໍາເນີນຊີວິດຂອງເຮົາຕ້ອງສອດຄ່ອງກັບສິ່ງທີ່ເຮົາໄດ້

ເວົ້າ.

“ເຫດສັນໃດທ່ານທັງຫລາຍຈິ່ງເອີ້ນເຮົາວ່າ, ‘ນາຍ ນາຍ!’ ແຕ່ບໍ່ໄດ້ເຮັດຕາມສິ່ງທີ່ເຮົາບອກນັ້ນ.
ລູກາ 6:46

“ບໍ່ແມ່ນຫມົດທຸກຄົນທີ່ກ່າວແກ່ເຮົາວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ’ ຈະເຂົ້າໃນແຜ່ນດິນສະຫວັນເຂົ້າໄດ້ແຕ່ຜູ້ທີ່ເຮັດ ຕາມນ້ໍາພຣະໄທພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ.
ມັດທາຍ 7:21

ຄວາມເປັນພຣະເຈົ້າ ເລີ່ມຕົ້ນທີ່ຈິດໃຈ:

ການຍອມຈໍານົນໃຫ້ພຣະເຢຊູເປັນອົງພຣະຜູ້ເປັນເຈົ້າ ບໍ່ແມ່ນການ ປະຕິບັດຕາມກົດເກນທາງສາສະຫນາ ຫຼືຮີດຄອງປະເພນີ. ແຕ່ໃນ

ຄວາມເປັນຈິງແລ້ວ ການຍອມຈໍານົນແມ່ນເປັນເລື່ອງຂອງຈິດໃຈ. ເປັນການຍອມດ້ວຍຈິດໃຈ ເພາະວ່າຖ້າຫາກເປັນການຍອມດ້ວຍຈິດໃຈ

ທີ່ແທ້ຈິງ ສຸດທ້າຍສິ່ງເຫຼົ່ານັ້ນກໍ່ຈະສະແດງອອກມາໂດຍການປະຕິບັດ ແລະການເຊື່ອຟັງ.

ແຕ່ໃນໃຈຂອງທ່ານທັງຫລາຍ, ຈົ່ງໂຄລົບນັບຖືພຣະຄຣິດວ່າ ເປັນອົງພຣະຜູ້ເປັນເຈົ້າ ຈົ່ງມີໃຈພ້ອມຢູ່ສະເຫມີເພືພວກທ່ານ ຈະສາມາດຕອບແກ້ຕົວໄດ້ຕໍ່ທຸກຄົນທີ່ຖາມພວກທ່ານວ່າທ່ານ ມີເຫດຜົນປະການໃດຈິ່ງມີຄວາມຫວັງຢ່າງນີ້.
1 ເປໂຕ 3:15

ການຍອມຈໍານົນຕໍ່ພຣະເຈົ້າ ແມ່ນສິ່ງທີ່ເຮົາຕ້ອງເຮັດຢ່າງ

ຕໍ່ເນື່ອງ:

ພວກເຮົາເລີ່ມຕົ້ນຊີວິດຄຣິດຕຽນ ໂດຍທີ່ເຮົາຍອມຮັບວ່າ ພຣະເຢຊູຊົງ ເປັນອົງພຣະຜູ້ເປັນເຈົ້າ. ພວກເຮົາຕ້ອງສືບຕໍ່ດໍາເນີນຊີວິດພາຍໃຕ້

ອໍານາດ ແລະການຊົງນໍາຂອງພຣະອົງຕະຫຼອດຊີວິດ. ການຍອມຮັບ ຄວາມເປັນພຣະເຈົ້າບໍ່ແມ່ນປະສົບການຄັ້ງດຽວເທົ່ານັ້ນ ແຕ່ໃນທຸກວັນ

ເຮົາຕ້ອງພັດທະນາ ແລະເຕີບໂຕ ໃນການດໍາເນີນຊີວິດຕາມພຣະອົງ ຢ່າງຕໍ່ເນື່ອງ ຍິ່ງພວກເຮົາຮູ້ຈັກພຣະອົງຫຼາຍເທົ່າໃດຍິ່ງເຮັດໃຫ້

ພວກເຮົາຍອມຈໍານົນຕໍ່ຄວາມເປັນອົງພຣະຜູ້ເປັນເຈົ້າຫຼາຍເທົ່ານັ້ນ.

ເຫດສັນນັ້ນ ເມື່ອທ່ານທັງຫລາຍໄດ້ຮັບພຣະເຢຊູຄຣິດເປັນ ອົງພຣະຜູ້ເປັນເຈົ້າ ແລ້ວສັນໃດ ຈົ່ງດໍາເນີນຊີວິດ ຢູ່ໃນພຣະອົງສັນນັ້ນ.

ໂກໂລຊາຍ 2:6

ການປະຍຸກໃຊ້
ມີສ່ວນໃດໃນຊີວິດຂອງທ່ານທ່ີຍັງບໍ່ທັນໄດ້ຍອມຈໍານົນຕ່ໍຄວາມເປັນ ອົງພຣະຜູ້ເຈົ້າຂອງພຣະເຢຊູຄຣິດ?
ຄວາມສໍາພັນຂອງທ່ານ ຢູ່ພາຍໃຕ້ຄວາມເປັນອົງພຣະຜູ້ເປັນເຈ້ົາບໍ່?
ການເງີນຂອງທ່ານ ຢູ່ພາຍໃຕ້ຄວາມເປັນອົງພຣະຜູ້ເປັນເຈ້ົາບໍ່?
ເວລາຂອງທ່ານ ຢູ່ພາຍໃຕ້ຄວາມເປັນອົງພຣະຜູ້ເປັນເຈົ້າບ່ໍ?