icon__search

ຄວາມລອດພົ້ນ

ເຫດສັນນັ້ນຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກຊົງສ້າງ ຂຶ້ນໃຫມ່ແລ້ວ ຖານະເກົ່າເຫລົ່ານັ້ນກໍລ່ວງໄປແລ້ວ ເບິ່ງແມ, ກາຍເປັນສິ່ງໃຫມ່ທັງນັ້ນ.
2 ໂກລິນໂທ 5:17

ການຊົງສ້າງຂຶ້ນໃຫມ່. ການເລີ່ມຕົ້ນໃຫມ່ທີ່ສົດຊື່ນ. ນີ້ແມ່ນຂ່າວດີ ພວກເຮົາສາມາດເລີ່ມຕົ້ນໃຫມ່ໄດ້ທຸກເວລາ. ເຖິງຢ່າງໃດກໍຕາມ ກ່ອນທີ່ ພວກເຮົາຈະສາມາດຊື່ນຊົມຍິນດີນໍາຂ່າວດີນີ້, ພວກເຮົາຕ້ອງເຂົ້າໃຈ ຢ່າງແທ້ຈິງວ່າເປັນຫຍັງພວກເຮົາຈຶ່ງຕ້ອງການ ການເລີ່ມຕົ້ນໃຫມ່? ເປັນຫຍັງຈຶ່ງຕ້ອງການທີ່ຈະເປັນຜູ້ທີ່ຖືກສ້າງຂຶ້ນໃຫມ່? ແລະເປັນຫຍັງ ເຮົາຈື່ງຕ້ອງການຄວາມລອດພົ້ນ?

ບັນຫາ:

ການແຍກອອກຈາກກັນຍ້ອນຄວາມບາບຂອງພວກເຮົາ

ມັນມີຊ່ອງຫວ່າງຫນຶ່ງຊຶ່ງບ່ໍສາມາດຄໍານວນໄດ້ທີ່ແຍກພຣະເຈົ້າ ແລະມະນຸດ. ສາເຫດທີ່ເຮັດໃຫ້ມີການແຍກອອກຈາກກັນຢ່າງສິ້ນເຊີງ ລະຫວ່າງມະນຸດກັບພຣະເຈົ້າແມ່ນຍ້ອນ “ຄວາມບາບ.”

ເຈົ້າເຄີຍມີຄວາມຮູ້ສຶກຫ່າງເຫີນຈາກພຣະເຈົ້າບໍ່? ເຊິ່ງການທີ່ທຸກຄົນ ມີຄວາມຮູ້ສືກແບບນັ້ນແມ່ນເປັນເລື່ອງທໍາມະດາ. ແຕ່ຍັງມີຄົນຈໍານວນ ຫຼາຍທີ່ຮູ້ສຶກເຖິງການແຍກອອກຈາກກັນລະຫວ່າງມະນຸດ ກັບພຣະເຈົ້າ

ດ້ວຍການນັ່ງສະມາທິ, ຮຽນຮູ້ຢ່າງເລີກເຊີ່ງກ່ຽວກັບສາສະຫນາ ແລະ ເຂົ້າໄປໃນສະຖານທີ່ສັກສິດຫຼືບ່ອນທີ່ເຫຼື້ອມໃສສັດທາ ຍ້ອນພວກເຂົາ ຄິດວ່າສິ່ງນັ້ນສາມາດຊ່ວຍໃຫ້ເຂົ້າໃກ້ພຣະເຈົ້າໄດ້. ແຕ່ວ່າການແຍກ

ອອກຈາກກັນລະຫວ່າງເຮົາກັບພຣະເຈົ້າບໍ່ແມ່ນທາງດ້ານຮ່າງກາຍຫຼື ຄວາມຄິດ, ການນັ່ງສະມາທິ ຫຼືຄວາມຮູ້ຄວາມສາມາດຈະນໍາເຮົາເຂົ້າ ໃກ້ພຣະເຈົ້າໄດ້. ແມ່ນຫຍັງທີ່ເປັນສາເຫດເຮັດໃຫ້ມະນຸດແຍກອອກ

ຈາກພຣະເຈົ້າ?

1ເບິ່ງແມ ພຣະຫັດຂອງພຣະຜູ້ເປັນເຈົ້າບໍ່ໄດ້ສັ້ນລົງທີ່ຈະຊ່ວຍ ໃຫ້ລອດພົ້ນບໍ່ໄດ້ຫລືພຣະກັນບໍ່ໄດ້ຫນັກ ຊຶ່ງຈະບໍ່ໄດ້ຍິນ 2ແຕ່ວ່າຄວາມຊົ່ວຊ້າຂອງເຈົ້າທັງຫລາຍໄດ້ເຮັດໃຫ້ເກີດ ການແຍກລະຫວ່າງເຈົ້າກັບພຣະເຈົ້າຂອງເຈົ້າແລະບາບຂອງ ເຈົ້າທັງຫລາຍໄດ້ບັງພຣະພັກຂອງພຣະອົງອອກຈາກເຈົ້າ ພຣະອົງຈຶ່ງບໍ່ໄດ້ຍິນ
ເອຊາຢາ 59:1,2

ການແຍກອອກຈາກກັນລະຫວ່າງມະນຸດກັບພຣະເຈົ້າ ແມ່ນການແຍກ ອອກຈາກກັນດ້ານສິນທໍາ ພຣະເຈົ້າແມ່ນອົງບໍລິສຸດເຊິ່ງມະນຸດບໍ່ແມ່ນ, ພຣະອົງເປັນຜູ້ທີ່ປະເສີດ ແຕ່ມະນຸດເຮົາຊົ່ວຊ້າ. ພຣະອົງຊົງທ່ຽງທໍາ ແຕ່ມະນຸດບໍ່ແມ່ນ. ເຊິ່ງມະນຸດທຸກຄົນລ້ວນແລ້ວແຕ່ມີບາບ. ສະນັ້ນ, ມະນຸດຈຶ່ງຖືກຕັດຂາດອອກຈາກພຣະເຈົ້າຕະຫລອດການ ແລະເຮົາ ທຸກຄົນຈະຕ້ອງໄດ້ຮັບການທໍລະມານຈາກຜົນຂອງຄວາມບາບນັ້ນຄື “ຄວາມຕາຍຕະຫຼອດໄປເປັນນິດ.”

ດ້ວຍວ່າທຸກຄົນໄດ້ເຮັດຜິດບາບ ແລະຂາດຈາກພຣະລັດ ສະຫມີຂອງພຣະເຈົ້າ.
ໂລມ 3:23


ດ້ວຍວ່າຄ່າຈ້າງຂອງຄວາມຜິດບາບຄືຄວາມຕາຍ ແຕ່ຂອງ ພຣະລາຊະທານອັນໂຜດມາແຕ່ພຣະເຈົ້າ ກໍຄືຊີວິດ

ອັນຕະຫລອດໄປເປັນນິດໃນພຣະຄຣິດ ຄືພຣະເຢຊູເຈົ້າ ຂອງພວກເຮົາ.
ໂລມ 6:23

ການແກ້ໄຂບັນຫາ:
ການເສຍສະຫຼະແລະການທົດແທນຂອງພຣະເຈົ້າ

ດ້ວຍຄວາມຮັກແລະຄວາມຍຸດຕິທໍາຂອງພຣະເຈົ້າ ພຣະອົງໄດ້ຈັດຕຽມ ເຄື່ອງຖວາຍບູຊາເພື່ອໄຖ່ບາບໃຫ້ແກ່ມະນຸດ.
5 ຄວາມລອດພ້ົນ

ພຣະເຢຊູໄດ້ມາເພື່ອເປັນເຄື່ອງຖວາຍບູຊາ ແລະໄຖ່ເອົາການລົງໂທດ ບາບຂອງພວກເຮົາທີ່ໄມ້ກາງແຂນ. ເມື່ອພຣະເຈົ້າຜູ້ບໍລິສຸດ, ຊອບທໍາ ແລະຍຸດຕິທໍາ. ພຣະອົງບໍ່ຍອມ ທີ່ຈະໃຫ້ທຸກການບາບລອດພົ້ນຈາກ ການພິພາກສາໄດ້. ພຣະອົງຊົງຮັກ ແລະເມດຕາ ມະນຸດທຸກຄົນ ພຣະອົງບໍ່ຕ້ອງການໃຫ້ມະນຸດຖືກແຍກອອກຈາກພຣະອົງຕະຫຼອດໄປ. ການແກ້ໄຂບັນຫານີ້ແມ່ນໃຫ້ພຣະເຢຊູ ພຣະບຸດອົງດຽວຂອງພຣະເຈົ້າ ໄດ້ລົງມາຕາຍທີ່ໄມ້ກາງແຂນເຊີ່ງເປັນເຄື່ອງຖວາຍບູຊາແລະເພື່ອ ໄຖ່ບາບໃຫ້ແກ່ມະນຸດທຸກຄົນ.

26ເພາະຖ້າເປັນຢ່າງນັ້ນ, ພຣະອົງຄົງຈະຕ້ອງຊົງທົນທຸກ ທໍລະມານເປັນຫລາຍເທື່ອນັບຕັ້ງແຕ່ສ້າງໂລກມາ ແຕ່ໃນຄາວ ທີ່ສຸດນີ້ພຣະອົງໄດ້ປະກົດ ເພື່ອຖວາຍພຣະອົງເອງ ເປັນ ເຄື່ອງບູຊາພຽງເທື່ອດຽວເພື່ອລົບລ້າງບາບເປັນການສິ້ນສຸດ. 27ມະນຸດຖືກຊົງກໍານົດໄວ້ແລ້ວວ່າຈະຕ້ອງຕາຍເທື່ອດຽວແລະ ຫລັງຈາກນັ້ນຈະມີການຊົງພິພາກສາສັນໃດ. 28ພຣະຄຣິດກໍ ສັນນັ້ນ ຄືພຣະອົງຊົງຖວາຍພຣະອົງເອງເປັນເຄື່ອງບູຊາເທື່ອ ດຽວ ເພື່ອແບກບາບຂອງຄົນຈໍານວນຫຼາຍໄວ້ ພຣະອົງຈະຊົງ ປະກົດເປັນເທື່ອທີສອງໂດຍບໍ່ກ່ຽວກັບບາບ ແຕ່ເພື່ອໂຜດບັນດາ

ຜູ້ທີ່ລໍຄອຍພຣະອົງດ້ວຍໃຈຮ້ອນຮົນ ໃຫ້ໄດ້ຮັບຄວາມພົ້ນ.
ເຮັບເລີ 9:26-28


ມີຫຍັງເກີດຂຶ້ນທີ່ໄມ້ກາງແຂນ? ພຣະເຢຊູໄດ້ຮັບເອົາຄວາມຕາຍ ແລະການລົງໂທດແທນພວກເຮົາ. ພຣະອົງໄດ້ຮັບເອົາຄວາມບາບ ຂອງພວກເຮົາໄປ ແລະປະທານຄວາມຊອບທໍາຂອງພຣະອົງແກ່ເຮົາ. ພຣະອົງຍອມຮັບເອົາຄໍາສາບແຊ່ງແທນພວກເຮົາ ແລະຊົງອວຍພອນ ພວກເຮົາແທນ ເພາະວ່າພຣະອົງ ບໍ່ມີຄວາມບາບ. ສະນັ້ນ, ພຣະອົງ

ຈຶ່ງເປັນຜູ້ດຽວທີ່ສາມາດຮັບໂທດການບາບແທນມະນຸດໄດ້ທັງປວງ ແລະເປັນຜູ້ດຽວທີ່ເຮັດໃຫ້ມະນຸດກັບພຣະເຈົ້າໃກ້ຊິດກັນ.

ເພາະວ່າພຣະເຈົ້າໄດ້ຊົງກະທໍາໃຫ້ພຣະຄຣິດ ຜູ້ຊົງບໍ່ມີ ຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງເຮົາ

ເພື່ອພວກເຮົາຈະໄດ້ສ່ວນໃນຄວາມຊອບທໍາຂອງພຣະເຈົ້າ ໂດຍທາງພຣະອົງ.
2 ໂກລິນໂທ 5:21

ພຣະຄຣິດໄດ້ໄຖ່ພວກເຮົາໃຫ້ພົ້ນຈາກຄວາມປ້ອຍດ່າຂອງ ພຣະບັນຍັດ ໂດຍການທີ່ພຣະອົງຍອມຖືກປ້ອຍດ່າແທນ

ພວກເຮົາ (ເພາະພຣະຄໍາພີຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນ ໄວ້ທີ່ຕົ້ນໄມ້ ກໍຖືກປ້ອຍດ່າແລ້ວ”.
ຄາລາເຕຍ 3:13

ຜົນໄດ້ຮັບ:
ຄວາມລອດພົ້ນຂອງພວກເຮົາ ແລະການຄືນດີກັນ

ພຣະເຢຊູສິ້ນພຣະຊົນທີ່ໄມ້ກາງແຂນ ເພື່ອທີ່ພວກເຮົາຈະໄດ້ຮັບ ການໃຫ້ອະໄພຈາກການບາບຂອງພວກເຮົາ, ໃຫ້ພວກເຮົາກັບມາຄືນດີ ກັບພຣະເຈົ້າ ແລະມີຊີວິດອັນຕະຫຼອດໄປເປັນນິດ.

ພວກເຮົາທຸກຄົນເປັນຄົນບາບທີ່ໄດ້ຕໍ່ຕ້ານຄວາມຊອບທໍາ ແລະ ຄວາມບໍລິສຸດຂອງພຣະເຈົ້າ. ຄວາມບາບໄດ້ເຮັດໃຫ້ພວກເຮົາແຍກ ອອກຈາກພຣະເຈົ້າ ແລະຕົກນາຮົກຕະຫຼອດໄປ. ດັ່ງນັ້ນ, ພຣະເຈົ້າ ຈຶ່ງໄດ້ປະທານພຣະບຸດອົງດຽວຂອງພຣະອົງຄື ພຣະເຢຊູມາຊົດໃຊ້ ແທນການບາບຂອງພວກເຮົາໂດຍຕາຍທີ່ໄມ້ກາງແຂນ. ເພາະພຣະອົງ

ປາສະຈາກຄວາມບາບ.ສະນັ້ນ,ຄວາມຕາຍຈຶ່ງບໍ່ສາມາດກັກຂັງພຣະອົງ ໄວ້ໄດ້ ຄືພຣະອົງໄດ້ຟື້ນຄືນຈາກຄວາມຕາຍໃນວັນທີສາມ ຫຼັງຈາກ ມື້ສິ້ນພຣະຊົນ. ໃນພຣະຄຣິດພວກເຮົາໄດ້ຮັບການໃຫ້ອະໄພແລະ ມີຊີວິດອັນຕະຫຼອດໄປເປັນນິດ. ດ້ວຍພຣະເຢຊູເຮັດໃຫ້ພວກເຮົາ ສາມາດກັບໄປສູ່ຈຸດຢືນທີ່ຖືກຕ້ອງຕໍ່ຫນ້າພຣະເຈົ້າແລະໄດ້ຮັບຊີວິດໃຫມ່

ປຽບດັ່ງລູກຂອງພຣະເຈົ້າ.

ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ ປະທານພຣະບຸດອົງດຽວ ຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ.
ໂຢຮັນ 3:16

ໃນພຣະເຢຊູນັ້ນ ພວກເຮົາໄດ້ຮັບການໄຖ່ໃຫ້ພົ້ນດ້ວຍ ພຣະໂລຫິດຂອງພຣະອົງ ຄືໄດ້ຮັບການອະໄພການຫລົງຜິດ

ຂອງເຮົາ ໂດຍພຣະກະລຸນາອັນອຸດົມຂອງພຣະເຈົ້າ...
ເອເຟໂຊ 1:7

ແຕ່ບັດນີ້ທ່ານທັງຫລາຍຢູ່ໃນພຣະເຢຊູຄຣິດ ຊຶ່ງເມື່ອກ່ອນນັ້ນ ເຄີຍຢູ່ຫ່າງໄກ ແຕ່ໄດ້ຫຍັບເຂົ້າມາໃກ້ໂດຍພຣະໂລຫິດຂອງ ພຣະອົງ.
ເອເຟໂຊ 2:13

ການຕອບກັບ:
ຮັບເອົາຂອງປະທານຈາກພຣະເຈົ້າດ້ວຍຄວາມເຊື່ອ

ພວກເຮົາຮັບເອົາຄວາມລອດພົ້ນ ເມື່ອເຮົາຢຸດເຊື່ອໃນຕົວເອງ ແລະ ໄວ້ວາງໃຈໃນສິ່ງທີ່ພຣະເຢຊູເຮັດເພື່ອພວກເຮົາ.

ຄວາມລອດພົ້ນຂອງພວກເຮົາ ແມ່ນໄດ້ມາຍ້ອນພຣະຄຸນຂອງພຣະເຈົ້າ. ສະແດງອອກຢ່າງຊັດເຈນດ້ວຍສີ່ງທີ່ພຣະເຢຊູໄດ້ເຮັດ ເພື່ອພວກເຮົາ ທີ່ໄມ້ກາງແຂນ ບໍ່ແມ່ນສິ່ງທີ່ເຮົາເຮັດເພື່ອພຣະອົງ. ສະນັ້ນ, ພວກເຮົາ

ບໍ່ສາມາດໄຖ່ຕົນເອງໃຫ້ລອດພົ້ນໄດ້ ຫຼືພະຍາຍາມທີ່ຈະເຮັດດີເພື່ອໃຫ້ ພຣະເຈົ້າພໍພຣະໄທ. ພວກເຮົາລອດພົ້ນກໍ່ຍ້ອນພຣະຄຸນຂອງພຣະອົງ. ເມື່ອພວກເຮົາເຂົ້າໃຈວ່າຕົນເອງຕ້ອງການພຣະຜູ້ຊ່ວຍໃຫ້ລອດພົ້ນ,

ຫັນຫຼັງຈາກຄວາມບາບ ແລະຮັບເອົາພຣະເຢຊູເປັນອົງພຣະຜູ້ເປັນເຈົ້າ ແລະຜູ້ຊ່ວຍໃຫ້ລອດພົ້ນ ແລະໄວ້ວາງໃຈໃນພຣະອົງເພື່ອຄວາມລອດ ພົ້ນຂອງເຮົາ.

9ຄືວ່າຖ້າເຈົ້າຈະຮັບດ້ວຍປາກຂອງເຈົ້າວ່າ, “ພຣະເຢຊູຊົງ ເປັນອົງພຣະຜູ້ເປັນເຈົ້າ” ແລະເຊື່ອໃນຈິດໃຈວ່າ ພຣະເຈົ້າ ໄດ້ຊົງໂຜດບັນດານໃຫ້ພຣະອົງຊົງຄືນຂຶ້ນມາຈາກຕາຍ ແລ້ວເຈົ້າກໍຈະໄດ້ພົ້ນ. 10ເຫດວ່າທີ່ມະນຸດໄດ້ເຊື່ອກໍເຊື່ອ ດ້ວຍໃຈຂອງຕົນ ຈິ່ງໄດ້ຊົງຖືວ່າເປັນຄົນຊອບທໍາ ແລະທີ່ໄດ້ ຍອມຮັບກໍຍອມຮັບດ້ວຍປາກ ຈິ່ງຖືກຊົງໂຜດໃຫ້ພົ້ນ.
ໂລມ 10:9,10

8ດ້ວຍວ່າຊຶ່ງທ່ານທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນ ກໍຍ້ອນ ພຣະຄຸນດ້ວຍທາງຄວາມເຊື່ອ ສິ່ງເຫລົ່ານີ້ບໍ່ໃຊ່ພວກທ່ານເຮັດ ເອົາເອງ ແຕ່ພຣະເຈົ້າຊົງປະທານໃຫ້. 9ຄວາມພົ້ນນັ້ນບໍ່ແມ່ນ ມີມາຍ້ອນການປະຕິບັດ ເພື່ອບໍ່ໃຫ້ຄົນຫນຶ່ງຄົນໃດອວດໄດ້.
ເອເຟໂຊ 2:8,9

ການປະຍຸກໃຊ້
ທ່ານຈະຢຸດໄວ້ວາງໃຈໃນຕົນເອງ ແລະມອບຄວາມໄວ້ວາງໃຈ
ໃນພຣະເຢຊູເພ່ືອຄວາມລອດພົ້ນບໍ່?
ທ່ານໄດ້ຫັນຫລັງຈາກທຸກໆສິ່ງທີ່ພຣະຄໍາພີເອີ້ນວ່າ “ບາບ” ບໍ່?
ທ່ານໄດ້ຮັບເອົາພຣະເຢຊູເປັນອົງພຣະຜູ້ເປັນເຈ້ົາ ແລະເຈ້ົານາຍເຫນືອ
ຊີວິດຂອງທ່ານແລ້ວບໍ່?
ທ່ານພ້ອມທີ່ຈະຕິດຕາມ ແລະເຊ່ືອຟັງພຣະເຢຊູຄຣິດ ຕະຫຼອດຊີວິດ
ຂອງທ່ານບ່ໍ?

ການອະທິຖານເພ່ືອຄວາມລອດພ້ົນ

ຂ້າແດ່ພຣະບິດາໃນສະຫວັນ... ຂ້າພະອົງຮູ້ວ່າ ຍ້ອນຄວາມ ບາບຂອງຂ້າພະອົງ ເຮັດໃຫ້ພວກເຮົາແຍກອອກຈາກກັນ... ຂ້າພະອົງຂໍສາລະພາບຄວາມບາບນັ້ນຕໍ່ພຣະອົງ...ຂໍຂອບຄຸນ ພຣະອົງທີ່ໄດ້ປະທານພຣະບຸດອົງດຽວຂອງພຣະອົງລົງມາ ເພື່ອຊົດໃຊ້ແທນການບາບຂອງຂ້າພະອົງ...ຂ້າພະອົງເຊື່ອວ່າ ການສິ້ນພຣະຊົນຂອງພຣະເຢຊູເຮັດໃຫ້ຂ້າພະອົງໄດ້ຮັບ ຄວາມລອດພົ້ນ...ແລະຂ້າພະອົງກໍເຊື່ອວ່າໃນວັນທີສາມ ພຣະອົງໄດ້ຟື້ນຄືນມາຈາກຄວາມຕາຍ...ຂໍພຣະອົງຊົງໂຜດ ຊໍາລະລ້າງຂ້າພະອົງຈາກຄວາມບາບທີ່ຂ້າພະອົງໄດ້ກະທໍາ ແລະໃຫ້ຄວາມບໍລິສຸດກັບຂ້າພະອົງດ້ວຍ... ຂ້າພະອົງຂໍ ຫັນຫນີຈາກທຸກໆສິ່ງທີ່ພຣະຄໍາພີເອີ້ນວ່າ ບາບ ແລະຂໍຮັບ ເອົາພຣະອົງເປັນອົງພຣະຜູ້ເປັນເຈົ້າ, ເປັນເຈົ້ານາຍເຫນືອຊີວິດ ແລະເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ... ຂໍພຣະອົງທີ່ຈະຊົງ ຊ່ວຍຂ້າພະອົງທີ່ຈະຮັກ, ຮັບໃຊ້ ແລະເຊື່ອຟັງພຣະອົງ ຕະຫຼອດທັງຊີວິດຂອງຂ້າພະອົງດ້ວຍ... ອະທິຖານມາໃນພຣະນາມພຣະເຢຊູຄຣິດ... ເອແມນ.

ຊີວິດໃຫມ່:

ຖ້າຫາກທ່ານອະທິຖານດ້ວຍຄວາມຈິງໃຈ, ພຣະຄໍາພີ ໄດ້ສັນຍາວ່າ “ຖານະເກົ່າເຫລົ່ານັ້ນກໍລ່ວງໄປແລ້ວ ເບິ່ງແມ, ກາຍເປັນສິ່ງໃຫມ່ ທັງນັ້ນ.” 6 ບົດທີ່ເຈົ້າກໍາລັງຈະຮຽນຕໍ່ໄປແມ່ນຈະບອກໃຫ້ເຈົ້າໄດ້ຮູ້
ເຖິງສິ່ງໃຫມ່ໆເຫຼົ່ານັ້ນທີ່ກໍາລັງຈະມາ.