icon__search

ການເລີ່ມຕົ້ນ

ພຣະເຢຊູຊົງບອກເຂົາວ່າ, “ຈົ່ງຕາມເຮົາມາແລະເຮົາຈະບັນດານໃຫ້ ເຈົ້າກາຍເກີດເປັນຜູ້ຫາຄົນ.”
ມາລະໂກ 1:17
5 ບາດກ້າວນີ້ຈະຊ່ວຍໃຫ້ທ່ານເລີ່ມຕົ້ນທີ່ຈະຕິດຕາມພຣະເຢຊູ ຢ່າງຖືກຕ້ອງ.

ຢຸດທີ່ຈະເຊື່ອໃນຕົນເອງ ແລະການເຮັດດີຂອງທ່ານ.
ແລ້ວເລີ່ມຕົ້ນ ວາງຄວາມເຊື່ອທຸກຢ່າງໃຫ້ກັບພຣະຄຣິດ ເພື່ອຄວາມລອດພົ້ນ.

8ດ້ວຍວ່າຊຶ່ງທ່ານທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນ ກໍຍ້ອນ ພຣະຄຸນດ້ວຍທາງຄວາມເຊື່ອ ສິ່ງເຫລົ່ານີ້ບໍ່ໃຊ່ພວກທ່ານເຮັດ ເອົາເອງ ແຕ່ພຣະເຈົ້າຊົງປະທານໃຫ້. 9ຄວາມພົ້ນນັ້ນບໍ່ແມ່ນ ມີມາຍ້ອນການປະຕິບັດ ເພື່ອບໍ່ໃຫ້ຄົນຫນຶ່ງຄົນໃດອວດໄດ້.
ເອເຟໂຊ 2:8,9

ແຕ່ຮາກຖານອັນແຫນ້ນຊຶ່ງພຣະເຈົ້າຊົງວາງໄວ້ນັ້ນ ກໍຕັ້ງຫມັ້ນ ຄົງຢູ່ ໂດຍມີກາປະທັບໄວ້ວ່າ “ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກ ຄົນເຫລົ່ານັ້ນທີ່ເປັນຂອງພຣະອົງ” ແລະ “ໃຫ້ທຸກຄົນຊຶ່ງອອກ ຈາກພຣະນາມຂອງອົງພຣະຜູ້ເປັນເຈົ້າປິ່ນຫນ້າເສຍຈາກ ຄວາມຊົ່ວ.”
2 ຕີໂມທີ 2:19

ເຂົ້າຮ່ວມກຸ່ມນ້ອຍເພື່ອຮຽນຮູ້ພຣະຄໍາ ແລະເຂົ້າຮ່ວມໃນການນະ ມັດສະການທຸກໆອາທິດ.

ຢ່າປະການປະຊຸມກັນເຫມືອນຢ່າງລາງຄົນເຄີຍປະນັ້ນ ແຕ່ຈົ່ງຫນຸນໃຈກັນຫລາຍກວ່າເກົ່າອີກ ເພາະທ່ານກໍຮູ້ກໍເຫັນຢູ່ ວ່າວັນນັ້ນໃກ້ເຂົ້າມາແລ້ວ.
ເຮັບເລີ 10:25

ອ່ານແລະປະຕິບັດຕາມພຣະຄໍາພີທຸກມື້.

ເຈົ້າຢ່າລືມພຣະທໍາຂອງເຮົາຈັກເທື່ອ ເຈົ້າຕ້ອງຮຽນຮູ້ຈາກ ປຶ້ມພຣະທໍານັ້ນທຸກມື້ທຸກຄືນ ແລະຈົ່ງຕັ້ງໃຈປະຕິບັດຕາມ ຖ້ອຍຄໍາທີ່ຂຽນໄວ້ນັ້ນ ແລ້ວເຈົ້າຈະໄດ້ຮັບຜົນສໍາເລັດໃນ ທຸກວິທີທາງ ພ້ອມທັງມີຄວາມຈະເລີນກ້າວຫນ້າຂຶ້ນດ້ວຍ.
ໂຢຊວຍ 1:8

ບອກຄົນອື່ນກ່ຽວກັບຄວາມສໍາພັນໃຫມ່ຂອງເຈົ້າກັບພະຄຣິດ

19ພຣະອົງບໍ່ໄດ້ຊົງອະນຸຍາດ ແຕ່ຊົງກ່າວແກ່ລາວວ່າ, “ໃຫ້ເຈົ້າເມືອບ້ານຫາຍາດພີ່ນ້ອງ ແລ້ວບອກເຂົາເຖິງເລື່ອງ
ເຫດການອັນໃຫຍ່ຊຶ່ງພຣະເຈົ້າໄດ້ຊົງໂຜດແກ່ເຈົ້າແລະ ຊົງພຣະເມດຕາແກ່ເຈົ້າແລ້ວ.” 20ຝ່າຍຄົນນັ້ນກໍທູນລາ
ແລ້ວຕັ້ງຕົ້ນປະກາດໃນແຂວງເດກາໂປລີ ເຖິງເຫດການທີ່ ພຣະເຢຊູໄດ້ຊົງໂຜດແກ່ຕົນແລະຄົນທັງປວງກໍງຶດປະຫລາດ ໃຈຫລາຍ.
ມາລະໂກ 5:19,20