icon__search

ພຣະຄຳພີ ແລະການອະທິຖານ

ແລະເຂົາໄດ້ຫມັ້ນຄົງຢູ່ໃນຄໍາສອນຂອງພວກອັຄສາວົກ, ໃນການ ຮ່ວມໃຈກັນ, ໃນການຫັກເຂົ້າຈີ່ ແລະໃນການໄຫວ້ວອນ
ກິດຈະການ 2: 42

ສິ່ງທີ່ເຮັດໃຫ້ຄຣິດຕະຈັກໃນສະໄຫມກ່ອນມີຊີວິດຊີວາແລະເຂັ້ມແຂງໄດ້ ແມ່ນການອຸທິດຕົນຕໍ່ພຣະເຈົ້າ. ຍ້ອນພວກເຂົາອຸທິດຕົນໃນການເຕີບ ໃຫຍ່ໃນຄວາມສໍາພັນກັບພຣະເຈົ້າແລະພັດທະນາການຝຶກຝົນໃນການ ອຸທິດຕົນ. ການຝຶກຝົນສອງສິ່ງນັ້ນແມ່ນຜ່ານການພຣະຄໍາພີແລະການອະທິຖານ.

ພຣະຄໍາພີ

ພຣະຄໍາພີບໍ່ເປັນພຽງການຮວບຮວມເອົາເລື່ອງເລົ່າ, ບົດກະວີ ແລະ ຈົດຫມາຍເທົ່ານັ້ນ ແຕ່ພຣະຄໍາພີແມ່ນຖືກດົນໃຈໃຫ້ຂຽນຂຶ້ນໂດຍ ພຣະເຈົ້າ. ພວກເຮົາຄວນເອົາໂຢບເປັນແບບຢ່າງ ເຊິ່ງລາວໃຫ້ຄຸນຄ່າ ແກ່ພຣະຄໍາຂອງພຣະເຈົ້າຫຼາຍກວ່າອາຫານ.

ຂ້າພຣະເຈົ້າບໍ່ໄດ້ພາກຈາກພຣະບັນຍັດແຫ່ງຮີມພຣະໂອດ ຂອງພຣະອົງ ຂ້າພຣະເຈົ້າຕີລາຄາພຣະຄໍາພຣະອົງສູງກວ່າເຈຕະນາຂອງຂ້າພຣະເຈົ້າ.
ໂຢບ 23:12

ກ່ອນຫັນມາຫາພຣະເຢຊູ ພວກເຮົາດໍາລົງຊີວິດຕາມມາດຕະຖານຝ່າຍ ໂລກ. ບັດນີ້ພວກເຮົາຕ້ອງເອົາພຣະຄໍາພີເປັນສິ່ງທີ່ມີອໍານາດໃນສິ່ງທີ່ ພວກເຮົາເຊື່ອ ແລະການດໍາລົງຊີວິດ. ຈົ່ງໃຫ້ພຣະຄໍາຂອງພຣະເຈົ້າ ເປັນມາດຕະຖານທີ່ເດັດຂາດໃນທຸກສ່ວນຂອງຊີວິດເຮົາ.

ລະດັບການເຕີບໃຫຍ່ຝ່າຍຈິດວິນຍານຂອງເຮົາບໍ່ແມ່ນຈໍານວນປຶ້ມພຣະ ຄໍາພີທີ່ເຮົາຮູ້ ແຕ່ແມ່ນສິ່ງທີ່ເຮົາເຊື່ອຟັງພຣະເຈົ້າ. ຜູ້ທີ່ຫມັ້ນສຶກສາ ພຣະຄໍາພີແຕ່ລົ້ມເຫຼວໃນການເຊື່ອຟັງກໍເປັນການລໍ້ລວງຕົນເອງ.

ແຕ່ທ່ານທັງຫລາຍຈົ່ງກາຍເປັນຜູ້ຂັບຕາມພຣະຄໍາ ບໍ່ແມ່ນ ເປັນແຕ່ພຽງຜູ້ໄດ້ຍິນເທົ່ານັ້ນ ຊຶ່ງເປັນການລໍ້ລວງຕົນເອງ
ຢາໂກໂບ 1:22

ພຣະຄໍາພີຄືກຸນແຈສໍາຄັນໃນການເຕີບໃຫຍ່ຝ່າຍຈິດວິນຍານ ມັນຍັງ ຊ່ວຍໃຫ້ເຮົາປະຕິເສດການທົດລອງ ແລະຊ່ວຍໃຫ້ເຮົາປະສົບຜົນ ສໍາເລັດແລະຮູ້ຈັກພຣະປະສົງຂອງພຣະເຈົ້າໃນຊີວິດເຮົາ.

2ເຫມືອນເດັກນ້ອຍໆທີ່ເກີດໃຫມ່ ຈົ່ງຮ້ອນໃຈປາຖະນານ້ໍານົມ ອັນບໍລິສຸດຝ່າຍວິນຍານ ເພື່ອດ້ວຍນ້ໍານົມນັ້ນຈະເຮັດໃຫ້ພວກ ທ່ານຈະເລີນຂຶ້ນເຖິງຄວາມພົ້ນ 3ເພາະພວກທ່ານໄດ້ຊິມລົດຮູ້ ແລ້ວວ່າ ອົງພຣະຜູ້ເປັນເຈົ້າຊົງປະກອບດ້ວຍພຣະກະລຸນາຄຸນ
1 ເປໂຕ 2:2,3

9ຊາຍຫນຸ່ມຈະຮັກສາທາງຂອງຕົນໃຫ້ບໍຣິສຸດໄດ້ຢ່າງໃດໂດຍ ລະມັດລະວັງຕາມພຣະວັຈນະຂອງພຣະອົງ... 11ຂ້າພຣະອົງ ໄດ້ສະສົມພຣະດໍາຣັດຂອງພຣະອົງໄວ້ໃນໃຈຂອງຂ້າພຣະອົງ ເພື່ອຂ້າພຣະອົງຈະບໍ່ທໍາບາບຕໍ່ພຣະອົງ
ເພງສັນລະເສີນ 119:9,11

ເຈົ້າຢ່າລືມພຣະຄໍາຂອງເຮົາຈັກເທື່ອ ເຈົ້າຕ້ອງຮຽນຮູ້ຈາກປື້ມ ພຣະຄໍານັ້ນທຸກມື້ທຸກຄືນ ແລະຈົ່ງຕັ້ງໃຈປະຕິບັດຕາມຖ້ອຍຄໍາ ທີ່ຂຽນໄວ້ນັ້ນ ແລ້ວເຈົ້າຈະໄດ້ຮັບຜົນສໍາເລັດໃນທຸກວິທີທາງ ພ້ອມທັງມີຄວາມຈະເລີນກ້າວຫນ້າຂຶ້ນດ້ວຍ.
ໂຢຊວຍ 1:8

ຢ່າດໍາເນີນຊີວິດເຫມືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງ ປ່ຽນແປງຈິດໃຈ ແລ້ວອຸປນິສັຍຂອງພວກເຈົ້າຈຶ່ງຈະປ່ຽນໃຫມ່ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ນ້ໍາພຣະທັຍຂອງພຣະເຈົ້າ ຈະໄດ້ ຮູ້ວ່າອັນໃດດີ ອັນໃດເປັນທີ່ຊອບພຣະທັຍ ແລະອັນໃດດີທີ່ສຸດ
ໂລມ 12:2

ພຣະຄໍາພີຄືກຸນແຈສໍາຄັນໃນການເຕີບໃຫຍ່ຝ່າຍຈິດວິນຍານ ມັນຍັງ ຊ່ວຍໃຫ້ເຮົາປະຕິເສດການທົດລອງ ແລະຊ່ວຍໃຫ້ເຮົາປະສົບຜົນ ສໍາເລັດແລະຮູ້ຈັກພຣະເຈົ້າ.

ການອະທິຖານ

“ຄຣິສຕຽນ” ເປັນຫຼາຍກວ່າການນັບຖືສາສະຫນາ ແຕ່ເປັນສິ່ງທໍາອິດ ແລະສໍາຄັນໃນການມີຄວາມສໍາພັນກັບພຣະເຈົ້າ. ຮາກຖານຂອງ ຄວາມສໍາພັນທີ່ເຂັ້ມແຂງແມ່ນການສື່ສານ. ຖ້າການສື່ສານຍິ່ງດີເທົ່າໃດ ຄວາມສໍາພັນກໍ່ຍິ່ງດີເທົ່ານັ້ນ. ພຣະເຈົ້າເວົ້າກັບພວກເຮົາໃນຫຼາຍໆ ທາງ ແຕ່ທາງທໍາອິດແມ່ນຜ່ານພຣະຄໍາພີ. ເຮົາເວົ້າກັບພຣະເຈົ້າໂດຍ ການອະທິຖານ. ເມື່ອເຮົາອ່ານພຣະຄໍາພີແມ່ນ ພວກເຮົາຮຽນຮູ້ທີ່ຈະ ຟັງສຽງຂອງພຣະເຈົ້າ ໃນການໃຊ້ຊີວິດຂອງພວກເຮົາ. ພຣະເຈົ້າຟັງ ເຮົາເມື່ອເຮົາອະທິຖານ. ພວກເຮົາຕອບກັບພຣະຄໍາຂອງພຣະເຈົ້າດ້ວຍ ການກະທໍາ ແລະພຣະອົງຕອບກັບການອະທິຖານຂອງເຮົາດ້ວຍການ ກະທໍາເຊັ່ນດຽວກັນ.

ພຣະເຢຊູຄືຜູ້ອະທິຖານທີ່ດີທີ່ສຸດ. ໂດຍການສັງເກດເບິ່ງ ການອະທິ ຖານຂອງພຣະອົງແບບສ່ວນຕົວແລ້ວ ພວກເຮົາສາມາດຮຽນວິທີການ ທີ່ສໍາຄັນທີ່ຈະມີເວລາໃກ້ຊິດ ແລະຕິດຕໍ່ກັບພຣະບິດາ.

ຢູ່ມາ ເມື່ອພຣະເຢຊູຊົງອ້ອນວອນຢູ່ໃນບ່ອນນຶ່ງ ພໍສິ້ນສຸດ ລົງສາວົກຂອງພຣະອົງຄົນນຶ່ງທູນວ່າ, “ນາຍເອີຍ, ຂໍສອນຂ້າ ນ້ອຍໃຫ້ອ້ອນວອນເຫມືອນໂຢຮັນໄດ້ສອນພວກສິດຂອງຕົນ”
ລູກາ 11:1

ພຣະເຢຊູຊົງບອກພວກເຮົາວ່າຢ່າອະທິຖານເຫມືອນຄົນຫນ້າຊື່ໃຈຄົດ ແລະຄົນຕ່າງຊາດ.

5“ເມື່ອທ່ານທັງຫລາຍອ້ອນວອນຢ່າໃຫ້ເປັນເຫມືອນຄົນຫນ້າ ຊື່ໃຈຄົດ ເພາະເຂົາມັກຢືນອ້ອນວອນໃນໂຮງທັມມະເທສນາ ແລະຕາມແຈຖນົນ ເພື່ອຈະໃຫ້ມະນຸດເຫັນ ເຮົາບອກທ່ານທັງ ຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບໍາເຫນັດແລ້ວ... 7“ແຕ່ ເມື່ອທ່ານອ້ອນວອນຢູ່ ຢ່າເວົ້າຊ້ໍາຄໍາເກົ່າເຫມືອນຄົນຕ່າງຊາດ ເຄີຍເຮັດ ເພາະເຂົາຄຶດວ່າ ຖ້າເວົ້າຫລາຍຄໍາພຣະຈຶ່ງຈະຊົງ ໂຜດຮັບຟັງ 8ສັນນັ້ນ ຢ່າເຣັດຄືເຂົາ ເພາະວ່າສິ່ງໃດທີ່ທ່ານ ຕ້ອງການ ພຣະບິດາຂອງທ່ານກໍຊົງຊາບກ່ອນພວກທ່ານທູນຂໍ
ມັດທາຍ 6:5,7,8

ພຣະເຢຊູຊົງບອກພວກເຮົາວ່າໃຫ້ອະທິຖານຕໍ່ພຣະບິດາ ບໍ່ແມ່ນ ຕໍ່ພຣະມານດາ, ນັກບຸນຫຼືທູດສະຫວັນ. ພວກເຮົາຄວນອະທິຖານ ໂດຍພຣະນາມພຣະເຢຊູ ເພາະພຣະອົງເປັນພຽງທາງດຽວທີ່ຈະນໍາເຮົາ ໄປຫາພຣະບິດາໄດ້.

ແຕ່ຝ່າຍທ່ານ, ເມື່ອຈະອ້ອນວອນຈົ່ງເຂົ້າໄປໃນຫ້ອງ ຄັນອັດປະຕູແລ້ວ ຈົ່ງອ້ອນວອນພຣະບິດາຂອງທ່ານຜູ້ຊົງ

ສະຖິດໃນທີ່ລັບລີ້ ແລ້ວພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ ລັບລີ້ ຈະຊົງໂຜດປະທານບໍາເຫນັດແກ່ທ່ານ.
ມັດທາຍ 6:6

ດ້ວຍເຫດວ່າມີພຣະເຈົ້າອົງດຽວແລະມີຜູ້ກາງແຕ່ຜູ້ດຽວ ລະຫວ່າງພຣະເຈົ້າກັບມະນຸດ ຄືພຣະເຢຊູຄຣິດຜູ້ຊົງ ສະພາບເປັນມະນຸດ.
1 ຕີໂມທີ 2:5

ພຣະເຢຊູຊົງຕອບລາວວ່າ, “ເຮົານີ້ແຫລະ, ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາ ໄດ້ນອກຈາກຈະມາທາງເຮົາ.
ໂຢຮັນ 14:6

ພຣະເຢຊູຊົງສິດສອນສາວົກຂອງພຣະອົງທີ່ຈະອະທິຖານເພື່ອໃຫ້ພຣະ ປະສົງຂອງພຣະເຈົ້າ, ການຈັດຕຽມ, ການໃຫ້ອະໄພ, ໄຊຊະນະເຫນືອ ການທົດລອງ ແລະການປົກປັກຮັກສາຈາກແຜນການຂອງຊາຕານໃຫ້

ສໍາເລັດໃນຊີວິດຂອງພວກເຂົາ.

9ເຫດສັນນີ້ພວກທ່ານຈົ່ງອ້ອນວອນຕາມຢ່າງນີ້ວ່າ, ‘ຂ້າແດ່ ພຣະບິດາຂອງຂ້າພຣະອົງທັງຫລາຍ ຜູ້ຊົງສະຖິດໃນສະຫວັນ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ໂຄລົບບູຊາ.10ຂໍໃຫ້ພຣະ ລາຊະອານາຈັກຂອງພຣະອົງມາຕັ້ງຢູ່ ຂໍໃຫ້ເປັນໄປຕາມ ນ້ໍາພຣະໄທຂອງພຣະອົງ ໃນສະຫວັນເປັນຢ່າງໃດ ກໍໃຫ້ເປັນ ໄປຢ່າງນັ້ນທີ່ແຜ່ນດິນໂລກ. 11ຂໍຊົງໂຜດປະທານອາຫານ ປະຈໍາວັນ ໃຫ້ແກ່ຂ້າພຣະອົງທັງຫລາຍໃນກາລະວັນນີ້.12ຂໍຊົງໂຜດຍົກໂທດໃຫ້ຂ້າພຣະອົງ ເຫມືອນຂ້າພຣະອົງ ຍົກໂທດ ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້າພຣະອົງນັ້ນ. 13ແລະຂໍຢ່າ ພາຂ້າພຣະອົງເຂົ້າໄປໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນ ຈາກການຊົ່ວຮ້າຍ [ເຫດວ່າລາຊະອານາຈັກ, ລິດອໍານາດ, ແລະພຣະລັດສະຫມີ ກໍເປັນຂອງພຣະອົງສືບ ໄປເປັນນິດ.ອາແມນ’.]
ມັດທາຍ 6:9-13

ດັ່ງທີ່ເຮົາໄດ້ອ່ານແລະເຊື່ອຟັງພຣະຄໍາຂອງພຣະເຈົ້າ, ເຮົາອະທິຖານ ແລະເຊື່ອຟັງພຣະເຈົ້າໃນຊີວິດຂອງເຮົາ. ຂໍຈົ່ງຢ່າລືມວ່າພຣະເຈົ້າຕອບ ຄໍາອະທິຖານຂອງເຮົາແນ່ນອນ. ຍິ່ງເຮົາເຈາະຈົງຄໍາອະທິຖານຫຼາຍ ສໍາ່ໃດພຣະເຈົ້າຍິ່ງຈະຕອບຄໍາອະທິຖານເຮົາ, ເຄັດລັບກໍຄືການອະທິ ຖານໃຫ້ເປັນໄປຕາມພຣະປະສົງຂອງພຣະເຈົ້າ. ພວກເຮົາຈະຮູ້ພຣະ

ປະສົງຂອງພຣະເຈົ້າໄດ້ດ້ວຍພຣະຄໍາຂອງພຣະອົງ. ສະນັ້ນ, ເມື່ອເຮົາ ອະທິຖານຕາມນໍາ້ພຣະປະສົງຂອງພຣະເຈົ້າ ພວກເຮົາກໍຈະຮູ້ວ່າພຣະ ອົງຈະຕອບຄໍາອະທິຖານຂອງເຮົາ.

14ນີ້ແຫລະ, ເປັນຄວາມແນ່ໃຈທີ່ເຮົາທັງຫລາຍມີຢູ່ຕໍ່ ພຣະອົງ ຄືຖ້າພວກເຮົາທູນຂໍສິ່ງໃດທີ່ເປັນຕາມພຣະໄທ
ຂອງພຣະອົງ ພຣະອົງກໍຊົງໂຜດຟັງພວກເຮົາ.15ແລະຖ້າເຮົາ ທັງຫລາຍຮູ້ວ່າພຣະອົງຊົງໂຜດຟັງແລ້ວ ເມື່ອພວກເຮົາທູນຂໍສິ່ງໃດ ພວກເຮົາຈຶ່ງຮູ້ວ່າພວກເຮົາໄດ້ຮັບ ສິ່ງທີ່ພວກເຮົາຂໍຈາກພຣະອົງນັ້ນ.
1 ໂຢຮັນ 5:14, 15

ການປະຍຸກໃຊ້
ທ່ານໄດ້ຈັດເວລາ ແລະສະຖານທີ່ໄວ້ເພື່ອອ່ານພຣະຄໍາພີ ແລະ
ອະທິຖານໃນແຕ່ລະມ້ືບໍ່?
ທ່ານໄດ້ເຂົ້າຮ່ວມຮຽນພຣະຄໍາພີ ຫືຼ ກຸ່ມສາວົກແລ້ວບ່ໍ?
ທ່ານໄດ້ຍົກໂທດໃຫ້ແກ່ຜູ້ທ່ີເຮັດຜິດຕໍ່ທ່ານແລ້ວຫຼືຍັງ?
ຈ່ົງເລ່ີມຕົ້ນອະທິຖານ ເພື່ອຄວາມຕ້ອງການໃນຊີວິດປະຈໍາວັນ
ຂອງທ່ານ