icon__search

ບັບຕິສະມາ

38ຝ່າຍເປໂຕຈິ່ງກ່າວແກ່ເຂົາວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃຫມ່ ແລະຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດທຸກຄົນ ເພື່ອການຊົງຍົກບາບໂທດຂອງພວກທ່ານແລ້ວພວກທ່ານຈະໄດ້ ຮັບຂອງພຣະລາຊະທານ ຄືພຣະວິນຍານບໍລິສຸດ... 41ຝ່າຍຄົນ ທັງຫລາຍທີ່ໄດ້ເຊື່ອຮັບຟັງຖ້ອຍຄໍາຂອງເປໂຕກໍໄດ້ຮັບບັບຕິສະມາ ໃນວັນນັ້ນມີຄົນຕື່ມເຂົ້າເປັນລູກສິດປະມານສາມພັນຄົນ.
ກິດຈະການ 2: 38,41

ເມື່ອຝູງຊົນເຫຼົ່ານັ້ນຖາມເປໂຕວ່າ ພວກເຂົາຄວນເຮັດແນວໃດ ເພື່ອຕອບຮັບຄໍາເທດສະຫນາ ເປໂຕຕອບວ່າ ໃຫ້ເຮັດ 3 ຢ່າງຄື: ກັບໃຈໃຫມ່, ຮັບບັບຕິດສະມາ ແລະຮັບເອົາຂອງປະທານແຫ່ງ ອົງພຣະວິນຍານບໍລິສຸດ. ມີຫຼາຍພັນຄົນທີ່ປະຕິບັດຕາມແລະເຂົ້າ ຮ່ວມກັບພຣະເຢຊູ. ໃນພຣະຄໍາພີໄດ້ເວົ້າວ່າຜູ້ທີ່ຖືກຮັບບັບຕິດສະມາ ໃນນ້ໍາ ກໍຖືກຮ່ວມເຂົ້າ. ທຸກຄົນທີ່ຮັບບັບຕິດສະມາ ກໍຖືກຄາດຫວັງວ່າ ຈະເຂົ້າມາເປັນສະມາຊິກຢ່າງເຂັ້ມແຂງໃນຄຣິດສະຕະຈັກຂອງຕົນ.

ການຮັບບັບຕິດສະມາດ້ວຍນ້ໍາ

ການຮັບບັບຕິສະມາດ້ວຍນໍາ້ແມ່ນເຮົາໄດ້ປະກາດຕໍ່ທີ່ສາທາລະນະໃນ ສິ່ງທີ່ພຣະຄຣິດເຮັດເພື່ອເຮົາທີ່ເທິງໄມ້ກາງແຂນ. ມັນບໍ່ເປັນພຽງ ຄວາມລອດພົ້ນທີ່ໄດ້ຮັບ ແຕ່ເປັນການສະແດງອອກດ້ວຍຄວາມເຊື່ອ ແລະການເຊື່ອຟັງ ຫຼັງຈາກໄດ້ເຊື່ອໃນຂ່າວປະເສີດ ແລະຫັນກັບມາຫາ ພຣະເຈົ້າ.

ພຣະຄໍາພີໄດ້ອະທິບາຍຫຼາຍໆຄັ້ງ ເພື່ອຊ່ວຍໃຫ້ເຮົາເຂົ້າໃຈກ່ຽວກັບ ການຮັບບັບຕິດສະມາໃນນ້ໍາ. ຕົວຢ່າງການຮັບບັບຕິດສະມາແຕ່ລະຄັ້ງ ນັ້ນ, ໄດ້ສະແດງເຖິງການປະຖິ້ມຊີວິດເກົ່າ ແລະ ຮັບເອົາຊີວິດໃຫມ່.

ການຮັບບັບຕິດສະມາໃນນ້ໍານັ້ນແມ່ນພວກເຮົາໄດ້ສະແດງໃຫ້ທຸກຄົນ ໄດ້ຮູ້ເຖິງ ສິ່ງທີ່ພຣະເຢຊູໄດ້ເຮັດເພື່ອພວກເຮົາທີ່ເທິງໄມ້ກາງແຂນ, ເຮົາໄດ້ຖິ້ມຊີວິດເກົ່າທີ່ມີບາບຂອງພວກເຮົາອອກໄປ ແລະ ເລີ່ມຕົ້ນ ຊີວິດໃຫມ່ ຂອງພວກເຮົາດ້ວຍຄວາມເຊື່ອທີ່ມີຕໍ່ພຣະເຢຊູຄິດ.

1ຖ້າຢ່າງນັ້ນແລ້ວພວກເຮົາຈະວ່າຢ່າງໃດ ຄວນທີ່ເຮົາ ທັງຫລາຍຈະຢູ່ໃນຄວາມຜິດບາບຕໍ່ໄປ ເພື່ອໃຫ້ພຣະຄຸນມີ

ຫລາຍຂຶ້ນຫລື. 2ບໍ່ເປັນຢ່າງນັ້ນດອກ ພວກເຮົາຜູ້ຕາຍຕໍ່ ຄວາມຜິດບາບແລ້ວ ຈະດໍາເນີນຊີວິດໃນຄວາມຜິດບາບຕໍ່ໄປ ໄດ້ຢ່າງໃດ. 3ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ພວກເຮົາທຸກຄົນທີ່ ໄດ້ຮັບບັບຕິສະມາເຂົ້າໃນພຣະເຢຊູຄຣິດກໍໄດ້ຮັບບັບຕິສະມາ ເຂົ້າໃນຄວາມຕາຍຂອງພຣະອົງ. 4ເຫດສັນນັ້ນພວກເຮົາຈິ່ງ ໄດ້ຖືກຝັງໄວ້ກັບພຣະອົງ ໂດຍການຮັບບັບຕິສະມາເຂົ້າສ່ວນ ໃນການສິ້ນພຣະຊົນນັ້ນ ເພື່ອວ່າ ພຣະຄຣິດໄດ້ຖືກຊົງ ບັນດານໃຫ້ຄືນພຣະຊົນ ໂດຍລິດເດດອັນຮຸ່ງເຮືອງຂອງ ພຣະບິດາສັນໃດ ເຮົາທັງຫລາຍກໍຈະໄດ້ດໍາເນີນຊີວິດໃຫມ່ ເຫມືອນກັນສັນນັ້ນ.
ໂລມ 6:1-4

ພວກເຮົາສາມາດເຫັນໄດ້ວ່າການຮັບບັບຕິສະມາດ້ວຍນໍາ້ຫມາຍເຖິງ ຊີວິດເກົ່າໄດ້ລ່ວງເລີຍໄປ ແລະ ຊີວິດໃຫມ່ເກີດຂຶ້ນດ້ວຍການເຊື່ອຟັງ ພຣະຄຣິດ.

ການຮັບບັບຕິດສະມາ ດ້ວຍພຣະວິນຍານບໍລິສຸດ

ເປັນໄປບໍ່ໄດ້ທີ່ຈະມີຊີວິດຄຣິສຕຽນ ໂດຍຫ່າງຈາກລິດອໍານາດ ແລະ ການຊົງສະຖິດຢູ່ຂອງພຣະວິນຍານບໍລິສຸດ. ພຣະເຢຊູ ສັນຍາວ່າ ພຣະວິນຍານບໍລິສຸດ ຈະນໍາພາພວກເຮົາໄປໃນທາງທີ່ຖືກຕ້ອງ.

7ຢ່າງໃດກໍຕາມ, ເຮົາກໍບອກຄວາມຈິງຕໍ່ທ່ານທັງຫລາຍວ່າ ການທີ່ເຮົາຈາກໄປນັ້ນເປັນປະໂຫຍດແກ່ພວກທ່ານ ເພາະຖ້າ ເຮົາບໍ່ໄປ ອົງພຣະຜູ້ຊ່ອຍນັ້ນຈະບໍ່ໄດ້ສະເດັດມາຫາ ພວກທ່ານ ແຕ່ຖ້າເຮົາໄປແລ້ວ ເຮົາກໍຈະໃຊ້ ພຣະອົງນັ້ນ ມາຫາພວກທ່ານ... 13ແຕ່ເມື່ອພຣະອົງນັ້ນຄືພຣະວິນຍານ ແຫ່ງຄວາມຈິງຈະສະເດັດມາແລ້ວ ພຣະອົງຈະນໍາທ່ານ ທັງຫລາຍໄປສູ່ຄວາມຈິງທັງຫມົດ ເພາະພຣະອົງຈະບໍ່ກ່າວ ແຕ່ລໍາພັງຂອງພຣະອົງເອງ ແຕ່ພຣະອົງຊົງໄດ້ຍິນສິ່ງໃດກໍຈະ ຊົງກ່າວສິ່ງນັ້ນ ແລະຈະຊົງປະກາດໃຫ້ທ່ານທັງຫລາຍຮູ້ເຖິງ ສິ່ງເຫລົ່ານີ້ທີ່ຈະເກີດຂຶ້ນ.
ໂຢຮັນ 16:7,13

ພຣະວິນຍານບໍລິສຸດໃຫ້ລິດອໍານາດໃນການເປັນພິຍານ. ຜູ້ເປັນພິຍານ ບໍ່ພຽງແຕ່ເວົ້າຄວາມຈິງເທົ່າ ແຕ່ຜູ້ນັ້ນຍັງດໍາເນີນຊີວິດຢູ່ໃນຄວາມຈິງ. ດັ່ງທີ່ພວກເຮົາເປັນພິຍານຂອງພຣະອົງ, ພຣະວິນຍານບໍລິສຸດຊ່ວຍ ເຮົາເຮັດໃນສິ່ງທີ່ເຮົາເຮັດບໍ່ໄດ້ດ້ວຍຕົນເອງ ດ້ວຍການປະກາດທີ່ ຫມັ່ນໃຈ ແລະດໍາເນີນຊີວິດໃນຄວາມຈິງກ່ຽວກັບພຣະເຈົ້າ.

ແຕ່ທ່ານທັງຫລາຍຈະໄດ້ຮັບພຣະລາຊະທານລິດເດດ ເມື່ອພຣະວິນຍານບໍລິສຸດຈະສະເດັດມາເຖິງພວກທ່ານ ແລະພວກທ່ານຈະເປັນພະຍານຝ່າຍເຮົາໃນກຸງເຢຣູຊາເລັມ, ຕະຫລອດທົ່ວແຂວງຢູດາຍ, ກັບແຂວງຊາມາເຣຍ,ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ.”
ກິດຈະການ1:8

ຈະຮັບບັບຕິດສະມາໃນພຣະວິນຍານບໍລິສຸດໄດ້ແນວໃດ:

ການຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດເປັນຂອງປະທານທີ່ພຣະ ເຈົ້າໄດ້ສັນຍາໄວ້ສໍາລັບທຸກຄົນທີ່ຮັບເຊື່ອ ບໍ່ແມ່ນພຽງແຕ່ຄົນທີ່ມີຫນ້າ ຢູ່ໃນເພັນເຕຄໍສະເຕ (ກຈກ 2:1-2). ໃນການເທດສະຫນາຂອງເປໂຕ ກ່າວວ່າ ເຮົາສາມາດໄດ້ຮັບພຣະວິນຍານບໍລິສຸດແນວໃດ.

38ຝ່າຍເປໂຕຈິ່ງກ່າວແກ່ເຂົາວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈ ໃຫມ່ ແລະຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດ ທຸກຄົນ ເພື່ອການຊົງຍົກບາບໂທດຂອງພວກທ່ານແລ້ວພວກ ທ່ານຈະໄດ້ຮັບຂອງພຣະລາຊະທານ ຄືພຣະວິນຍານ ບໍລິສຸດ. 39ດ້ວຍວ່າພຣະສັນຍານັ້ນກໍມີໄວ້ແກ່ທ່ານທັງຫລາຍ, ກັບລູກຫລານຂອງພວກທ່ານ, ແລະແກ່ຄົນທັງປວງທີ່ຢູ່ ຫ່າງໄກ ຄືແກ່ທຸກຄົນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງ ພວກເຮົາຊົງເອີ້ນມາເຝົ້າພຣະອົງນັ້ນ.”
ກິດຈະການ 2:38,39

ເພື່ອຈະໄດ້ຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດ ພວກເຮົາຈະຕ້ອງ ຂໍດ້ວຍຄວາມເຊື່ອ.

ເຫດສັນນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກເອົາ ຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານ ບໍລິສຸດແກ່ຜູ້ທີ່ຂໍຈາກພຣະອົງ.”
ລູກາ 11:13

ສາວົກຫຼາຍຄົນໄດ້ຮັບບັບຕິສະມາດ້ວຍນພຣະວິນຍານບໍລິສຸດ ດ້ວຍການວາງມືໃສ່.

ເປໂຕກັບໂຢຮັນຈິ່ງວາງມືໃສ່ເຂົາແລ້ວເຂົາກໍໄດ້ຮັບພຣະວິນຍານບໍລິສຸດ.
ກິດຈະການ 8:17

ຂອງຂວັນຝ່າຍຈິດວິນຍານ:

ການຮັບບັບຕິດສະມາ ດ້ວຍພຣະວິນຍານບໍລິສຸດ ແມ່ນຈະໄດ້ຮັບ ຂອງຂວັນທາງຝ່າຍຈິດວິນຍານດ້ວຍ. ໃນຄໍາສອນຂອງພຣະຄໍາພີ ກ່ຽວກັບການຮັບບັບຕິດສະມາໃນພຣະວິນຍານບໍລິສຸດທີ່ໄດ້ຮັບຂອງ ຂວັນຝ່າຍຈິດວິນຍານ ແມ່ນຂອງຂວັນແຫ່ງການປະກາດພຣະຄໍາ.

ເຂົາເຫລົ່ານັ້ນກໍເຕັມໄປດ້ວຍພຣະວິນຍານບໍລິສຸດ ແລະຕັ້ງຕົ້ນປາກພາສາຕ່າງ ຕາມທີ່ພຣະວິນຍານຊົງໂຜດ ໃຫ້ເຂົາເວົ້ານັ້ນ.
ກິດຈະການ 2:4

ເມື່ອໂປໂລໄດ້ວາງມືໃສ່ເຂົາແລ້ວພຣະວິນຍານບໍລິສຸດ ກໍສະເດັດມາເທິງເຂົາ ເຂົາຈິ່ງຕັ້ງຕົ້ນປາກພາສາແປກ ແລະໄດ້ທໍານວາຍ.
ກິດຈະການ 19:6

ໃຫ້ລິດອໍານາດໃນການເປັນພິຍານ:

ພຣະເຢຊູຊົງສັນຍາວ່າພຣະອົງຈະໃຫ້ພຣະວິນຍານບໍລິສຸດມາສູ່ເຮົາ ເພື່ອເຮົາຈະໄດ້ເປັນພິຍານ. ພຣະວິນຍານບໍລິສຸດໃຫ້ລິດອໍານາດແກ່ ເຮົາໃນການປະກາດຂ່າວປະເສີດໃນທຸກໆບ່ອນທີ່ເຮົາໄປ.

ແຕ່ທ່ານທັງຫລາຍຈະໄດ້ຮັບພຣະລາຊະທານລິດເດດ ເມື່ອພຣະວິນຍານບໍລິສຸດຈະສະເດັດມາເຖິງພວກທ່ານ

ແລະພວກທ່ານຈະເປັນພະຍານຝ່າຍເຮົາໃນກຸງເຢຣູຊາ- ເລັມ, ຕະຫລອດທົ່ວແຂວງຢູດາຍ, ກັບແຂວງຊາມາເຣຍ,

ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ.”
ກິດຈະການ1:8

ການປະຍຸກໃຊ້
ທ່ານໄດ້ສໍານຶກຜິດໃນຄວາມບາບຂອງທ່ານແລ້ວບ່ໍ?
ທ່ານໄດ້ວາງໃຈເຊື່ອ ວ່າພຣະເຢຊູຄຣິດເປັນພຣະຜູ້ໄຖ່ແລ້ວບໍ່?
ຕ້ັງແຕ່ທ່ານສໍານຶກຜິດໃນຄວາມບາບ ທ່ານໄດ້ຮັບບັບຕິສະມາໃນນ້ໍາ ແລ້ວບ່ໍ? ທ່ານຕ້ອງການທ່ີຈະຮັບບັບຕິສະມາດ້ວຍນໍາ້ບໍ່?
ທ່ານໄດ້ຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດແລ້ວບ່ໍ?
ທ່ານຕ້ອງການໃຫ້ຄົນອະທິຖານເພື່ອທ່ານເພ່ືອຮັບບັບຕິສະມາດ້ວຍ
ພຣະວິນຍານບໍລິສຸດບໍ່?